ວັນນະພອນ ສິດທິລາດ ແມ່ນ ທີ່ປຶກສາ ທາງດ້ານສື່ມວນຊົນ ປະຈຳທີ່ນະຄອນຫຼວງວຽງຈັນ, ຜູ້ກຳກັບໜັງ ແລະ ຜູ້ຮ່ວມກໍ່ຕັ້ງ ບໍລິສັດ ລາວນິເວບ ຊິນີມາ. ລາວຕັ້ງໃຈທີ່ຈະໃຫ້ການສະໜັບສະໜູນ ການເຮັດໜັງໃນປະເທດລາວ ແລະ ມີເປົ້າໝາຍ ທີ່ຈະພັດທະນາ ສື່ມວນຊົນທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ໃນປະເທດຂອງລາວ ແລະ ໃນບັນດາປະເທດອ້ອມຂ້າງ.

ໃນປີ 2008, ວັນນະພອນ ໄດ້ຮັບທຶນການສຶກສາອົດສະຕຣາລີ ເພື່ອສຶກສາຕໍ່ໃນ ສາຂາວິຊາ ວັນລະສານສາດ ແລະ ການສື່ສານມວນຊົນ ທີ່ມະຫາວິທະຍາໄລ ກຣິຟຟິດ @griffithuniversity, ທີ່ ລັດບຣິສເບີນ.

ໂຄງການຂອງ ວັນນະພອນ ມີຊື່ວ່າ ‘sign for the future’. ລາວວາງແຜນທີ່ຈະສ້າງ ວິດີໂອພາສາມືທີ່ເປັນພາສາລາວ ເພື່ອເຜີຍແຜ່ທາງອອນລາຍ ສຳລັບເດັກນ້ອຍທີ່ມີຄວາມພິການດ້ານການໄດ້ຍິນ ໃນປະເທດລາວ. ວິດີໂອເຫຼົ່ານີ້ ຈະລວມມີຫົວຂໍ້ຕ່າງໆ ທີ່ກ່ຽວຂ້ອງກັບການໃຊ້ຊີວິດປະຈຳວັນ ຕັ້ງແຕ່ ຄວາມຮູ້ສຶກ, ໜ້າທີ່ວຽກງານ, ກິລາ, ໂຕໜັງສືລາວ, ໂຕເລກ, ຄອບຄົວ, ສີ ແລະ ສຸຂະພາບ.

ວັນນະພອນຫວັງວ່າ ໂຄງການ ‘sign for the future’ ຂອງລາວ ຈະເປັນການແນະນຳບັນດາເດັກນ້ອຍພິການຫູ ສູ່ ພາສາມືທີ່ເປັນພາສາລາວ ແລະ ເປັນທາງເລືອກໃນການຊ່ວຍເຫຼືອພວກເຂົາ ທາງດ້ານການຮຽນຮູ້ ແລະ ຄວາມເຂົ້າໃຈໂລກອ້ອມຕົວຂອງພວກເຂົາ.

ປະກອບໄປທັງປະສົບການ ແລະ ຄວາມຮູ້ ທາງດ້ານການສ້າງໜັງ ແລະ ການຖ່າຍທຳ, ບັດນີ້ ແມ່ຍິງທີ່ມີຄວາມສາມາດຜູ້ນີ້ ພ້ອມແລ້ວ ທີ່ຈະຜັນປ່ຽນຄວາມຄິດສ້າງສັນ ສູ່ ຄວາມເປັນຈິງ ໂດຍຜ່ານ ທຶນຊ່ວຍເຫຼືອຂະໜາດນ້ອຍ ສຳລັບອະດີດນັກສຶກສາລາວ-ອົດສະຕຣາລີ.

Vannaphone Sitthirath is a Vientiane-based media consultant, film producer and co-founder of the Lao New Wave Cinema Production. She is committed to support filmmaking in Laos and has a driving mission to develop socially responsible media in her country and region.

In 2008, Vannaphone received an #AustraliaAwards scholarship to pursue her Master’s degree in Journalism and Mass Communication at @griffithuniversity, Brisbane.

Vannaphone’s project is called ‘Sign for the Future’. She  plans to produce  interactive Lao sign language videos available online for deaf children in Lao PDR. These learning videos will cover relevant topics in daily lives ranging from feelings, occupations, sports, Lao alphabet, numbers, family, colors and heath.

Vannaphone hopes that her ‘Sign for the Future’ project will introduce deaf children to Lao sign language and become an alternative approach to support hearing impaired children to learn and understand the world around them.

Equipped with experiences and knowledge in film making and production, now this talented woman is ready to turn her ideas into reality through an #AlumniInnovationGrant.

Contact Us

Telephone: +856 21 265721-2
Email: [email protected]
Setthathirath Avenue, Xiengnheun Village, Chanthabouly District, Vientiane, Laos
Vientiane, 01000
Lao PDR P.O.Box 121

The Laos Australia Institute is managed by Tetra Tech International Development, on behalf of the Australian Government.

Copyright © 2021 Laos Australia Institute. All Rights Reserved. Design & Develop by MTS