ອາລິຍະກອນ ໄຊຍະສານ ແມ່ນ ພະນັກງານວິຊາການ ສັງກັດທີ່ ການໄຟຟ້າລາວ. ລາວຈົບລະດັບປະລິນຍາໂທ ຊ່ຽວຊານດ້ານພະລັງງານ ທີ່ໝູນໃຊ້ໃໝ່ໄດ້ ແລະ ມີຄວາມຍືນຍົງ ຈາກມະຫາວິທະຍາໄລ @MurdochUniversity ໃນປີ 2001.

ໂຄງການຂອງລາວ ແນ່ໃສ່ການສະໜອງພະລັງງານແສງອາທິດ ໃນເຂດທຸລະກັນດານ ທີ່ມີໄຟຟ້າໃຊ້ບໍ່ທັນກວ້າງຂວາງ. ສິ່ງນີ້ຈະຊ່ວຍໃຫ້ ຊາວບ້ານ ສາມາດເຂົ້າເຖິງໄຟຟ້າ ໄດ້ງ່າຍຂຶ້ນກວ່າເກົ່າ ດ້ວຍລະບົບແສງອາທິດ. ໂຄງການ ຈະໃຊ້ເວລາໄລຍະ 3 ເດືອນ ໂດຍຜ່ານຂະບວນການປະຕິບັດຕິດຕັ້ງ, ເລີ່ມຕັ່ງແຕ່ ເດືອນມິຖຸນາ ເຖິງ ປະມານກາງເດືອນ ກັນຍາ ປີ 2022.

“ຂ້າພະເຈົ້າ ຮູ້ສຶກຕື່ນເຕັ້ນຫຼາຍ ແລະ ດີໃຈ ທີ່ໄດ້ຮັບທຶນຊ່ວຍເຫຼືອນີ້ ເພາະວ່າຂ້າພະເຈົ້າ ຈະໄດ້ເປັນສ່ວນໜຶ່ງຂອງອະດີດນັກສຶກສາອົດສະຕຣາລີ ທີ່ໄດ້ປະກອບສ່ວນໃນການຊ່ວຍເຫຼືອ ແລະ ຊຸກຍູ້ ປະຊາຊົນລາວໃນເຂດຫ່າງໄກຊອກຫຼີກ ເພື່ອທີ່ຈະມີພື້ນຖານຊີວິດການເປັນຢູ່ທີ່ດີຂຶ້ນ. ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງ ລັດຖະບານລາວ-ອົດສະຕຣາລີ, ສະຖາບັນລາວ-ອົດສະຕຣາລີ, ການໄຟຟ້າລາວ ແລະ ຄອບຄົວຂອງຂ້າພະເຈົ້າ ທີ່ໄດ້ໃຫ່ການສະໜັບສະໜູນ ໃນການເປັນສ່ວນໜຶ່ງຂອງໂຄງການນີ້”.

Alignakone Saignasan is a technical officer at Electricite Du Laos (EDL). He graduated with a Master’s Degree in Renewable and Sustainable Energy from @MurdochUniversity in 2001.

His project aims to supply solar power to remote locations where electricity is not widely available. It will help local people to access electricity much easier than before with a solar off-grid system. The project will take around three months through the process of implementation, starting from June to around mid-September 2022.

“I am so excited and glad to be selected for this grant because I will be able to be part of the #AustraliaAwards alumni to help and support the Lao people in the rural areas to have a better standard of living. I am very thankful to the Australian Government, LAI, EDL, and my family for supporting me to be part of the project.”

Contact Us

Telephone: +856 21 265721-2
Email: [email protected]
Setthathirath Avenue, Xiengnheun Village, Chanthabouly District, Vientiane, Laos
Vientiane, 01000
Lao PDR P.O.Box 121

The Laos Australia Institute is managed by Tetra Tech International Development, on behalf of the Australian Government.

Copyright © 2021 Laos Australia Institute. All Rights Reserved. Design & Develop by MTS